ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ ຈາກເຫດການໂຈມຕີຢູ່ແຫຼມກາຊາ
ອີງຕາມຂ່າວສານຊິນຮວາແຈ້ງໃຫ້ຮູ້ໃນ ວັນທີ 25 ມັງກອນ 2024 ນີ້ວ່າ: ກອງທັບອິດສະຣາແອນ ໄດ້ຍິງໂຈມຕີໃສ່ເດີ່ນ ກູເວດ
ໃນແຫຼມກາຊາ ທີ່ເຕັມໄປດ້ວຍຊາວປະແລັດສະຕີນ ພວມລໍຖ້າການຊ່ວຍເຫຼືອລ້າທາງມະນຸດສະທຳ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ
20 ຄົນ ແລະ ບາດເຈັບອີກຫຼາຍກວ່າ 150 ຄົນ.
ລາຍງານໄດ້ໃຫ້ຮູ້ວ່າ: ຍອດຜູ້ເສຍຊີວິດຈາກເຫດການດັ່ງກ່າວອາດຈະເພີ່ມຂຶ້ນອີກຈຳນວນຫຼາຍ ເນື່ອງຈາກວ່າ ມີຜູ້ໄດ້ຮັບບາດ
ເຈັບສາເຫດຫຼາຍຄົນ ແລະ ການແພດໃນໂຮງໝໍທ້ອງຖິ່ນມີຄວາມຫຍຸ້ງຍາກຂາດເຂີນ. ຝ່າຍກຳລັງປ້ອງກັນຊາດອິດຣາແອນ ຍັງບໍ່ມີ
ການເປີດເຜີຍຂໍ້ມູນໃດໆກ່ຽວກັບເຫດການທີ່ເກີດຂຶ້ນເທື່ອ.
ເດີ່ນກູເວດ ແມ່ນຕັ້ງຢູ່ຖະໜົນ ຊາລາ ອາລ ດິນ , ທາງທິດຕາເວັນອອກສ່ຽງໃຕ້ຂອງເມືອງກາຊາ. ຖະໜົນດັ່ງກ່າວເປັນເສັ້ນທາງ
ແຕ່ເໜືອຮອດໃຕ້ໃນແຫຼມກາຊາ ແລະ ກອງທັບອິດສະຣາແອນ ໄດ້ຕັ້ງຈຸດກວດຍາມໃກ້ກັບຖະໜົນດັ່ງກ່າວ ເພື່ອແຍກເມືອງ ກາຊາ
ຈາກເຂດພາກໃຕ້ ໂດຍການຈັດວາງກຳລັງປືນໃຫຍ່ ແລະ ລົດດຸດໃນເຂດດັ່ງກ່າວ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/01/2024